ສຳລັບຄາວເຍົາໄວຂອງຂ້າພະເຈົ້າ, ກຳແພງບູຮານ ນອນໃນເຂດພູຫີນ ເມືອງ ວີງລົກ (ແທງຮວາ) ມີຄວາມລິກລັບຫຼາຍ ດ້ວຍເລື່ອງເລົ່າທີ່ແມ່ເຖົ້າປະໄວ້ຄືນໃຫ້. ມາເຖິງປະຈຸບັນ, ເມື່ອກຳແພງຫີນຫຼັງນີ້ໄດ້ ຢູແນັສໂກ ຮັບຮອງເປັນມໍລະດົກຂອງໂລກ ແລະ ໄດ້ CNN ຕີລາຄາເປັນ “ໜຶ່ງໃນ 21 ມໍລະດົກມີຄວາມພົ້ນເດັ່ນ ແລະ ຍິ່ງໃຫຍ່ທີ່ສຸດ ຂອງໂລກ”, ມັນຍັງເປັນຄວາມລຶກລັບ ສຳລັບບັນດານັກ ວິທະຍາສາດ.

ບ້ານເກີດຂອງແມ່ເຖົ້າຢູ່ບ້ານ ໄຕຢາຍ, ຂຶ້ນກັບຕາແສງ ວີງຕຽນ, ຕິດແປະກັບກຳແພງບູຮານ ລາຊະວົງ ໂຮ່. ສະໄໝນັ້ນ, ຊຸມເດັກນ້ອຍ ຄືພວກຂ້າພະເຈົ້າມັກແບ່ງເປັນສອງທິມ, ເອົາໂຕຄວາຍເປັນມ້າ, ເອົາເຕົ້າເຫຼົ່າເປັນທຸງ, ຖືປະຕູຢູ່ທິດຕາເວັນອອກເປັນເສັ້ນແດນເພື່ອຫຼິ້ນເລື່ອງສູ້ຮົບກັນ. 
ກຳແພງມີປະຕູ 4 ດ້ານຂອງ 4 ທິດ ຄື: ທິດໃຕ້, ທິດເໜືອ, ທິດຕາ ເວັນຕົກ, ທິດຕາເວັນອອກ,
ຊຶ່ງມີຊື່ຕາມລຳດັບວ່າ: ປະຕູຕ່ຽນ (ປະຕູເບື້ອງໜ້າ), ປະຕູເຫົ້າ (ປະຕູເບື້ອງຫຼັງ), ປະຕູຕ່າ (ປະຕູເບື້ອງ ຂວາ) ແລະ ປະຕູຫືວ (ປະຕູເບື້ອງຊ້າຍ). ປະຕູແຕ່ລະເບື້ອງໄດ້ກໍ່ ດ້ວຍຫີນ, ຫີນແຜ່ນໜຶ່ງຍາວ 7 ແມັດ,​ ສູງ 1,5 ແມັດ, ມີນຳ້ໜັກ ປະມານ 15 ໂຕ່ນ. ໃນພາບແມ່ນປະຕູຕ່ຽນ, ສູງ 9,5 ແມັດ, ກວ້າງ 15,17 ແມັດ. 
ເມື່ອໃຫຍ່ຂຶ້ນ, ຜ່ານການຮຽນວິຊາປະຫວັດສາດ, ຂ້າພະເຈົ້າຈຶ່ງໄດ້ຮູ້ວ່າ ກ່ອນນະນີ້ ກວ່າ 600 ປີ, ຢູ່ອ້ອມລ້ອມບໍລິເວັນກຳແພງຫຼັງນີ້ ກໍ່ໄຂຂຶ້ນການສູ້ຮົບຫຼາຍຄັ້ງຂອງບັນພະບຸລຸດ.
ໃນສະໄໝນັ້ນ, ຄວາມຊົມຊອບທີ່ສຸດຂອງພວກຂ້າພະເຈົ້າແມ່ນໄປ ຂຸດດິນຈັບໂຕຈີ່ນາຍຢູ່ອ້ອມລ້ອມກຳແພງ. ບາງມືຂຸດດົນໆ ກໍ່ບໍ່ເຫັນຈີ່ນາຍຈັກໂຕເລີຍ, ເຫັນໄດ້ແຕ່ໝາກບີຫີນ 2-3 ໜ່ວຍເທົ່ານັ້ນ. ແມ່ເຖົ້າບອກວ່າ ນີ້ແມ່ນກະສຸນຫີນຂອງທ່ານ ຈຶງ ໄດ໋. ໃນຄວາມ ນຶກຝັນຂອງພວກຂ້າພະເຈົ້າ, ທ່ານ ຈຶງ ຕ້ອງເປັນເທວະດາອົງໜຶ່ງທີ່ເກັ່ງກ້າຈຶ່ງສາມາດນຳໃຊ້ກະສຸນຫີນໃຫຍ່ຄືແນວນັ້ນໄດ້. 

ຫຼັງຈາກທີ່ໄດ້ອ່ານປື້ມປະຫວັດສາດ, ຂ້າພະເຈົ້າຈຶ່ງຮູ້ວ່າ ທ່ານ ຈຶ່ງ ແມ່ນບຸລຸດຜູ້ທີ່ມີຊື່ສຽງໃນປະຫວັດສາດ ຫວຽດນາມ ໂຮ່ຫງວຽນຈຶ່ງ (1374-1446), ເປັນຜູ້ ອອກແບບກໍ່ສ້າງກຳແພງຫຼັງນີ້.


ມີຮູບປັ້ນມັງກອນຂາດຫົວສອງໂຕທີ່ເຮັດດ້ວຍຫີນ ໄດ້ຊາວນາຄົນໜຶ່ງ ພົບເຫັນ ແລະ ເອົາມາຕັ້ງຢູ່ເສັ້ນທາງຫຼວງເຊື່ອມຕໍ່ລະຫວ່າງ ປະຕູຕ່ຽນ ແລະ ປະຕູເຫົ້າ. ແມ່ເຖົ້າບອກຂ້າພະເຈົ້າວ່າ ຮູບປັ້ນ ມັງກອນສອງໂຕນັ້ນ ແມ່ນຂອງເຈົ້າຊີວິດ ໂຮ່ກີ່ວລີ, ແມ່ນມັງກອນ ທີ່ສັກສິດ, ຫຼານຢ່າແຕ້ມໂລເລ ຫຼື ຂີ່ຂຶ້ນຫຼັງມັງກອນສອງໂຕນັ້ນ ເດີ໋!

ເຈົ້າຊີວິດ ໂຮ່ກວີ່ລີ (1336-1407) ເປັນຜ້ສ້າງຕັ້ງປະເທດສັກດີນາ ດ້າຍງູ ແລະ ເປັນຜູ້ອອກຄຳສັ່ງໃຫ້ກໍ່ສ້າງ ກຳແພງຫຼັງນີ້. ໃນພົງສາວະດານປະຫວັດສາດຂອງ ຫວຽດນາມ, ມີຫຼາຍເລື່ອງໄດ້ເວົ້າເຖິງຮູບປັ້ນມັງກອນ ຂາດຫົວສອງໂຕນັ້ນ. ມີເລື່ອງເລົ່າວ່າ ຫຼັງຈາກທະຫານ ມິງ (ລາຊະວົງ ມິງ ຂອງປະເທດ ຈີນ ໃນສະໄໝກ່ອນ) ມາຮຸກຮານ ຫວຽດນາມ, ເຂົາເປັນຄົນຕັດຫົວມັງກອນສອງໂຕນັ້ນ. ຍັງມີເລື່ອງເລົ່າວ່າ ຕາມັງກອນແມ່ນ ເພັດສອງເມັດທີ່ລຳ້ຄ້າ, ສະນັ້ນ ຈຶ່ງຖືກເຂົາເຈົ້າຕັດຫົວເອົາເພັດ.
ບື້ອງນອກຝາກຳແພງ ໄດ້ກໍ່ດ້ວຍແຜ່ນຫີນຂຽວອ່ອນ, ແຜ່ນຫີນໜັກ ກວ່າໝູ່ມີນຳ້ໜັກປະມານ 26 ໂຕ່ນ.
ພວກເຮົາສາມາດພົບເຫັນແຜ່ນຫີນ ທີ່ມີຂະໜາດໃຫຍ່ຢູ່ຝາກຳແພງທິດຕາເວັນຕົກ, 
ທິດໃຕ້ ແລະ ທິດຕາເວັນອອກ. 


ຂ້າພະເຈົ້າກັບທ້າວ ຫງອກ, ຄົນບ້ານ ໄຕຢາຍ ເຄີຍມີການໂຕ້ຖຽງກັນຍ້ອນຄຳຖາມເຮັດແນວໃດຈຶ່ງກໍ່ສ້າງກຳແພງຫຼັງນີ້ ໄດ້. ຂ້າພະເຈົ້າເວົ້າວ່າ ເຈົ້າຊີວິດ ໂຮ່ກວີ່ລີ ໃຫ້ຖາກບັນດາແຜ່ນຫີນໃຫຍ່ ແລ້ວປະກອບເຂົ້າກັນ ເປັນກຳແພງຫຼັງນີ້. ທ້າວ ຫງອກ ເວົ້າວ່າ ມັນເຄີຍເຫັນຜູ້ອື່ນ ຖາກຫີນແລ້ວ, ຕ້ອງມີຫຼາຍຄົນຖາກຫີນຢູ່ພູ ວ່າງ (ພູໜ່ວຍໜຶ່ງຢູ່ເມືອງ ວິງລົກ) ເປັນບັນດາແຜ່ນຫີນສີ່ຫຼ່ຽມ, ແຕ່ເຮັດແນວໃດຈຶ່ງປະກອບເປັນກຳແພງ ມັນກໍ່ອະທິບາຍ ບໍ່ໄດ້. ມັນບອກວ່າ ຍາມໃດໃຫຍ່ຂຶ້ນມັນຈະຕອບໃຫ້ຟັງ.
 
ພວກເດັກນ້ອຍຢູ່ບ້ານ ໄຕຢາຍ ໃຫຍ່ຂຶ້ນມາ, ໄປຜູ້ລະບ່ອນ, ແຕ່ບໍ່ມີຜູ້ໃດຮຽນ ຫຼື ເຮັດວຽກນຳຂະແໜງ ປະຫວັດສາດເພື່ອແກ້ຄວາມລຶກລັບຂອງຄາວເຍົາໄວນັ້ນ.

ແຕ່ປີ 2013-2020, ແຂວງ ແທງຮວາ ໄດ້ລົງທຶນກວ່າ 90 ຕື້ດົ່ງເພື່ອປະຕິບັດໂຄງການ
ຂຸດຄົ້ນເຂດມໍລະດົກວັດທະນະທຳ ໂລກ ກຳແພງ ລາຊະວົງ ໂຮ່. ນີ້ແມ່ນການຂຸດຄົ້ນດ້ວຍຂະໜາດໃຫຍ່
ທີສຸດ ທີ່ບໍ່ເຄີຍເຫັນມາກ່ອນ ຢູ່ເຂດຮ່ອງ ຮອຍປະຫວັດສາດ
ພິເສດແຫ່ງນີ້. ການຂຸດຄົ້ນຈະໄດ້ ປະຕິບັດເທິງເນື້ອທີ່ທັງໝົດ 56.000 ຕາຕະລາງແມັດ.

0 Comment :

Post a Comment