ອາດເວົ້າໄດ້ວ່າ, ການທີ່ໄດ້ຂີ່ແພສານດ້ວຍໄມ້ໄຜ່ ໂດຍ ແມ່ນກະໂຕ ຊາວ ບ້ານເວີນລອງເອງ(ເມືອງຢາວ້ຽນ, ແຂວງນິງ ບິ່ງ) ເປັນຜູ້ພາຍທັງໃຫ້ ການແນະນຳກ່ຽວກັບປະຫວັດຄວາມ ເປັນມາ ແລະ ວັດທະນະທຳ ຂອງ ເຂດອະນຸລັກຮັກສາທຳມະຊາດທີ່ດິນນ້ຳຖ້ວມແຫ່ງນີ້ແມ່ນການປະສົບ ພົບຜ່ານ ອັນໜ້າ ຈັບໃຈທີ່ສຸດ.


ໃນໄລຍະປະມານແຕ່ເດືອນ 5 ຈົນຮອດເດືອນ 9 ແຕ່ລະປີ, ເຂດອະນຸລັກຮັກສາທຳມະຊາດແຖບດິນ ນ້ຳຖ້ວມເວີນລອງ ຍາມໃດກ່ໍແອອັດ ໜາແໜ້ນໄປດ້ວຍແຂກຄົນມາຢ້ຽມຊົມ. ຄວາມປະທັບໃຈເປັນຄັ້ງແລກ ເມື່ອພວກຂ້າພະເຈົ້າກ້າວຂາ ມາເຖິງແຖບດິນແຫ່ງນີ້ ແມ່ນໄດ້ຮັບຟັງ ການສະເໜີກ່ຽວກັບທິວທັດຂອງ ບ້ານເກີດເມືອງນອນຈາກຜູ້ນຳທ່ຽວຄື ທ່ານຫງວຽນ ດິ່ງເຕີນ. ຕາມການເລົ່າ ຂອງເພິ່ນ, ມີແຂກທ່ອງທ່ຽວຜູ້ ໜຶ່ງຊື່ວ່າ Robest ມາແຕ່ຝຣັ່ງ ໄດ້ເດີນທາງໄປຊອກສະຖານທີ່ແຫ່ງໜຶ່ງ ເຊິ່ງໄດ້ຈົດໄວ້ໃນບົດບັນທຶກ ຄວາມຊົງຈຳຂອງພ່ໍລາວ ອະດີດເປັນທະຫານຜ່ານເສິກຢູ່ສະໜາມຮົບຫວຽດນາມ. ໃນປຶ້ມນ້ອຍຫົວນັ້ນ ມີຕອນໜຶ່ງຂຽນວ່າ: “ວັນທີ 24 ເດືອນ 9 ປີ 1943… ບົນເສັ້ນທາງເຄື່ອນທັບຢູ່ພາກເໜືອອານນາມ ໄດ້ພົບ ກັບເຂດດິນນ້ຳຖ້ວມແຫ່ງໜຶ່ງເປັນຕາອອນຊອນ ທີ່ສຸດ. ນະທີ່ນີ້, ໃນລະດູໃບໄມ້ຫຼົ່ນ, ນົກເປັນຝູງໆບິນມາ ຈົນເຮັດໃຫ້ຟ້າມືດລົງ. ຍາມອັດສະດົງລົງແລງ, ລີງຄ່າງຢູ່ເທິງ ພູສູງ ລົງມາຫານ້ຳ, ຫາກິນເປັນຂະບວນ ເໝືອນຄືວ່າ ແຖບດິນນີ້ ບ່ໍທັນມີຮອດຄົນມາຈັກເທື່ອເລີຍ…
Robest ໄດ້ມາຮອດຢາວ້ຽນໃນລະດູໃບໄມ້ຫຼົ່ນ ປີ 2011 ພ້ອມກັບປຶ້ມນ້ອຍ ຫົວທີ່ມີການຈົດກ່າຍ ຄືຢູ່ຂ້າງ ເທິງນັ້ນໄປນຳ ເພື່ອຈະຊອກຖາມຊາວທ້ອງຖິ່ນ. ເມື່ອໄດ້ຮັບການແນະນຳ ແລະ ພາໄປເບິ່ງເວີນລອງ ໃນ ມື້ໜຶ່ງ, Robest ຢືນຢັນວ່າ ນີ້ຄືແຖບດິນອັນມະຫັດສະຈັນ ເຊິ່ງພ່ໍຕົນເຄີຍໄດ້ມາຕັ້ງຄ້າຍໃນປາງກ່ອນ. 
ເຖິງວ່າ ເລື່ອງລາວຂອງ Robest ພຽງແຕ່ມີລັກສະນະລວມໆ ກ່ຽວກັບເຂດດິນເວີນລອງເທົ່ານັ້ນ ແຕ່ກ່ໍພໍທີ່ ສ້າງຄວາມສົນໃຈໃຫ້ ແກ່ພວກຂ້າພະເຈົ້າ ຢາກໄດ້ມາຄົ້ນພົບ. ເຂດອະນຸລັກ ຮັກສາທຳມະຊາດນ້ຳຖ້ວມ ເວີນລອງກວ້າງ ກວ່າ 3.500 ເຮັກຕາ ຖືກອ້ອມຮອບດ້ວຍຄັນຄູຖອດເບຕົງ ຍາວປະມານ 20 ຫຼັກ. ອ້ອມ ຂ້າງເຂດອະນຸລັກແມ່ນໝູ່ບ້ານ ທີ່ມີຈຸດພິເສດ ອັນເປັນສັນຍາລັກຂອງເຂດທົ່ງພຽງພາກເໜືອ ຫວຽດນາມ ເຊິ່ງ ແຂກທ່ອງທ່ຽວຊາວຕ່າງປະເທດມັກຈະ ໄດ້ມາຢ້ຽມຊົມດ້ວຍກວຽນ ຫຼື ຂີ່ລົດຖີບເພື່ອໄດ້ສະເຫວີຍ ຄວາມງາມແບບສະຫງົບສຸກຂອງ ບ້ານນາຂາດອນ. ສ່ວນ ການໄປທັດສະນະສຶກສາເຂດເວີນລອງ ນັ້ນ, ມີແຕ່ທາງ ເລືອກທາງດຽວ ແມ່ນ ຂີ່ແພໄມ້ໄຜ່ໂດຍ ຊາວທ້ອງຖ່ິນເອງ ເປັນຜູ້ພາຍ ແລະ ໃຫ້ການແນະນຳ ລຽບຕາມເສັ້ນທາງດຽວ ຄືສາຍແມ່ນ້ຳຈາກທ່າເວີນລອງໄປ ຮອດເຂດອະນຸລັກ.
ແພໄມ້ໄຜ່ທີ່ຊາວບ້ານນຳໃຊ້ຢູ່ເຂດນີ້ ອາດເວົ້າໄດ້ວ່າເປັນ ພາຫະນະອະເນກປະສົງທີ່ສຸດ. ຖ້າກ່ອນນີ້ ມັນ ໄດ້ແຕ່ໃຊ້ເພື່ອ ໄປມາ ແລະ ຫາກຸ້ງຫາປາເທົ່ານັ້ນ, ແຕ່ມາບັດນີ້ ເມື່ອເວີນ ລອງພັດທະນາກາຍເປັນເຂດ ທ່ອງທ່ຽວຊີວະພາບນັ້ນ, ໄດ້ມີ ແພໄມ້ໄຜ່ປະມານ ອີກ 400 ລຳ ເພື່ອຮັບສົ່ງແຂກທ່ອງທ່ຽວ. ດ້ວຍລາຄາ 75 ພັນດົ່ງ ຕ່ໍຄົນ, ຖືວ່ານີ້ແມ່ນການບໍລິການ ທີ່ສ້າງ ລາຍຮັບບ່ໍໜ້ອຍໃຫ້ແກ່ຜູ້ທີ່ດຳລົງຊີວິດພາຍໃນເຂດ ແຫ່ງນີ້.
ນາງ ຖຸຍລານ ຜູ້ພາພວກຂ້າພະເຈົ້າໄປທ່ຽວດ້ວຍແພຂອງນາງເອງ ໃຫ້ການແນະນຳວ່າ, ພວກເຮົາຈະໄປ ທາງທິດເໜືອຂອງ ເຂດອະນຸລັກ ຈາກນັ້ນຈະພາຍເຮືອລຽບຕາມຕີນພູອອກໄປ ທາງທິດຕາເວັນອອກ. ແພໄມ້ໄຜ່ໄດ້ພາພວກຂ້າພະເຈົ້າຜ່ານລຳຄອງນ້ອຍມຸ້ງໄປເຖິງຕີນພູ. ເບິ່ງອອກມາອ້ອມຂ້າງ ເຫັນແຕ່ຕົ້ນອ້ໍ, ຕົ້ນເລົາຕືບໜາ, ເບິ່ງລົງໜ້ານ້ຳ ອາດເຫັນໄດ້ທັງ ຝູງປາລອຍຫຼິ້ນລັບໆ ລ່ໍໆ ໃນຫຼືບໄຄນ້ຳໄຄຫີນ ຂຽວສະ ະ ອຸ່ມ.
ແພຂອງພວກຂ້າພະເຈົ້າແຫກຟຸ່ມຕົ້ນອ້ໍ ຕົ້ນເລົາອອກໄປທາງ ໜ້າ ຮັບເອົາກະແສນ້ຳເຢັນ ໂຊຍມາຈາກ ທິດຕາເວັນອອກ ຮູ້ ສຶກຄືວ່າ ທົ່ວທັງເຂດໜຶ່ງຖືກຄອນແຄນໄປຕາມສາຍລົມ. ເບິ່ງ ອອກໄປໄກເຮືອແພ ຂອງຊາວທ້ອງຖິ່ນຕຶກເບັດທອດເງົາລົງ ສູ່ໜ້ານ້ຳ, ຄວາມງຽບສະຫງົບປົກຄຸມໄປທົ່ວ ມີແຕ່ປານ້ອຍໂຕໜຶ່ງ ໂງຫົວຂຶ້ນສູບເອົາອາກາດ ກ່ໍເຮັດໃຫ້ຄື້ນນ້ຳ ນ້ອຍໆ ແຜ່ລາມອອກໄປໝົດທັງເຂດ.
ເໝືອນກັບຜູ້ນຳທ່ຽວອາຊີບ, ນາງ ຖຸຍລານ ໄດ້ເລົ່າໃຫ້ພວກຂ້າພະເຈົ້າຟັງ ກ່ຽວກັບຕຳນານຂອງຍອດພູສູງ ກວ່າໝູ່ຢູ່ແຫ່ງນີ້. ປາງກິ້ປາງກ່ອນ, ເທວະດາຜູ້ໜຶ່ງ ເມື່ອລົງມາຢາມເມືອງໂລກມະນຸດ ໄດ້ຜ່ານຈອມພູນີ້, ເຫັນທິວທັດງາມຕາເລີຍຢຸດຊົມທັດສະນີຍະພາບແລ້ວພົບກັບຜູ້ບ່າວທຸກຍາກຄົນໜຶ່ງ ກຳລັງໝົກໝຸ່ນ ກັບ ການຝົນນ້ຳມືກເພື່ອຄົ້ນຄວ້າຮ່ຳຮຽນ. ນາງເທວະດາ ໄດ້ເກີດມີຄວາມຮັກກັບທ້າວນັກຮຽນແຕ່ເລື່ອງນັ້ນຖືກ ຟ້າແຖນລົງໂທດ ແລະ ນີລະມິດໃຫ້ເຂົາເຈົ້າກາຍເປັນພູສອງໜ່ວຍ ຢືນຢູ່ຂ້າງກັນແຕ່ຕະຫຼອດປີສີ່ຊາດກ່ໍບ່ໍ ສາມາດກາຍເປັນຜົວເມຍກັນໄດ້
ບົນເສັ້ນທາງເດີນຕ່ໍໄປນັ້ນ, ພວກຂ້າພະເຈົ້າສືບຕ່ໍຜ່ານສາຍພູ ຕ່າງໆທີ່ຕິດພັນກັບເລື່ອງລາວອັນໜ້າຈັບໃຈ ເຊັ່ນ:ພູ ແມວຄູດ, ພູຖາດເຂົ້າໜຽວ, ພູກັບປຶ້ມ, ພູໂຕະຫີນ…
ເປັນຕາອອນຊອນກວ່າໝູ່ໝົດແມ່ນຂະນະພວກຂ້າພະເຈົ້າ ມາຮອດເຂດເກາະນົກຍາງໃນຍາມລົງແລງ. ນີ້ແມ່ນເຂດປ່າ ໄມ້ຖືກນ້ຳຖ້ວມ ແລະ ອ້ອມແອ້ມ ມີແຕ່ຕົ້ນອ້ໍ ຕົ້ນເລົາ. ໃນລະ ດູໜາວນີ້ເປັນບ່ອນ ເຕົ້າ ໂຮມກັນຂອງຝູງນົກໄປອົບພະຍົບ ມາແຕ່ທິດເໜືອ. ບ່ໍຈັກວ່າ ນົກອິນຊີ Bonelli, ນົກຍາງແດງ, ນົກກົດ, ກະທຸງ, ກະລຽນ, ກະປົວ, ກະສາ… ພວກມັນບິນມາ ເປັນໝູ່ເປັນຝູງເຮັດໃຫ້ໝົດທັງເຂດນຶກນອງໄປທົ່ວ, ສ້າງໃຫ້ ມີຮູບພາບທີ່ສະອອນໃຈໄຝ່ຫາເອົາແທ້.
ເມື່ອຕາເວັນໄດ້ລັບລົງ ຫຼັງສາຍພູຫີນປູນ ອັນສະຫຼັບສັບສ້ອນ ກ່ໍແມ່ນເວລາຖຸຍລານແຈ້ງໃຫ້ພວກຂ້າພະເຈົ້າ ຊາບວ່າ, ຍາມ ນີ້ອາດຈະພົບກັບຝູງວອກ (ຈຳພວກລີງ) ແຕ່ເທິງພູສູງລົງມາ ຫາກິນ. ພວກຂ້າພະເຈົ້າ ໄດ້ ມອງເຫັນວອກໂຕໜຶ່ງພວມ ຫ້ອຍຕົວຢູ່ໃນໂຂດຫີນ, ເມື່ອແນມເຫັນແພຂອງພວກຂ້າພະເຈົ້າມັນເລີຍເຄື່ອນ ເຂົ້າເລິກໃນປ່າຕຶບໜາ. ຕາມປະສົບການ ຂອງນາງ ຖຸຍລານ, ໃນຊຸມມື້ອາກາດຊຸມຊື່ນ, ມີເມກໝອກ ປົກ ຄຸມມັກຈະເຫັນຝູງວອກຫຼາຍສິບໂຕລົງມາ. ຖ້າບັງເອີນ ພົບກັບເຮືອແພຂອງແຂກທ່ອງທ່ຽວ, ພວກມັນ ຈະຫຼີກໄປເລີຍແລ້ວຮ້ອງຫາກັນກັບມາຢູ່ເທິງພູສູງ.
ໃນເວລາທ້າຍສຸດຂອງມື້ໜຶ່ງ, ເມກເຝື້ອເປັນກຸ່ມ ເປັນກ້ອນ ລອຍລະລ່ອງ, ສຽງນົກຍາງທຸກປະເພດດັງມາ ແຕ່ໄກ ປະສານ ກັບສຽງຕົ້ນອ້ໍ ຕົ້ນເລົາດັງວູ່ວີ່ໆ ທັງໝົດນັ້ນພາໃຫ້ຄົນເຮົາ ວາດນຶກເຖິງ ຄວາມສະຫງົບສຸກ ທີ່ຈະມີໄດ້ ພຽງຢູ່ໃນເຂດດິນ ສັນຕິເທົ່ານັ້ນ.

ກ່ຽວ​ກັບ​ພວກ​ເຮົາ
ບໍລິສັດຂອງຂ້າພະເຈົ້າຊ່ຽວຊານໃນການຈັດຕັ້ງການທ່ອງທ່ຽວຂອງຫວຽດນາມແລະລາວແລະປະເພດໃຫມ່. ບໍລິສັດແມ່ນຫົວຫນ້າ: Laksao - Bolykhamxay - ລາວ. (32km ຈາກຫວຽດນາມ - ລາວ)ຕິດຕໍ່ ແລ
1. ຕິດຕໍ່ ແລ: (+85)0309998889; Mobile (+85)62022545777.
2.  Facebook: ກົດທີ່ນີ້ 
3.  Zalo(+85) 2022454777
3. ອີເມວ: Ideasaobang2007@gmail.com4

0 Comment :

Post a Comment