ວັດຊຽງຄວນ ຕັ້ງຢູ່ເທິງຝັ່ງແມ່ນ້ຳຂອງ ໃກ້ກັບຂົວມິດຕະພາບລາວ -ໄທ 1, ທາງໃຕ້ ຂອງເມືອງວຽງຈັນ 24 ກິໂລແມັດ. ​ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ ຄສ 1958 ໂດຍ ປູ່ບຸນເຫຼື່ອມ ສຸຣິຣັດ ເພື່ອເປັນອຸທະຍານອັນຢັ່ງຢາຍ ໄຮ້ລະບຽບຂອງຮູບປັ້ນກ່ວາ 200 ແບບ ທີ່ມີທັງຄົນ, ຜີ, ເທວະດາ, ພະສັດເດລະສານ… ໃນອະລິຍະບົດຕ່າງໆທັງໃນພິພົບແຫ່ງສະຫັວນ, ໂລກມະນຸດ ແລະ ນະລົກອະເວຈີ. ອັນປະສົມປະສານລະຫ່ວາງ ຄະຕິພຸດ ແລະ ຮີນດູ ເຊິ່ງບາງຢ່າງກໍ່ ແປກປະຫຼາດພິກົນ ພິການອະວິໄສ ຊວນເກີດຄວາມຮູ້ສຶກພິດສະວົງສົງໄສ, ທັງຊື່ນຊົມ, ເບື່ອໜ່າຍໜ້າສົມເພດເວທະນາ ປະປົນກັນ ຍາມເມື່ອໄດ້ຊົມ.  

.ຢ້ຽມຢາມ ແຂວງຜົ້ງສາລີ  ຄລິກທີ່ນີ້

Buddha-Park-Wat-Xieng-Khuan-great-buddha-image

ວັດຊຽງຄວນຕັ້ງຢູ່ເທິງຝັ່ງແມ່ນ້ຳຂອງ ໃກ້ກັບຂົວມິດຕະພາບລາວ – ໄທ 1, ທາງໃຕ້ຂອງເມືອງວຽງຈັນ 24 ກິໂລແມັດ. ທີ່ຕັ້ງຢູ່ເຂດບ້ານທ່າເດື່ອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເປັນແຫຼ່ງທ່ອງທ່ຽວ ທີ່ຮູ້ຈັກກັນແຜ່ຫຼາຍພໍສົມຄວນ ທັງໃກ້ ແລະ ໄກ, ມີນັກທ່ອງທ່ຽວເຂົ້າໄປທ່ຽວຊົມບໍ່ຂາດໄລຍະ, ສວນວັດທະນະທໍາຊຽງຄວນ ຫຼື ເອີ້ນໃນພາສາອັງກິດວ່າ Buddha park.

Buddha-Park-Wat-Xieng-Khuan-high-view
Image from: getaboutasia

ວັດຊຽງຄວນ ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ ຄ.ສ 1958 ໂດຍ ປູ່ບຸນເຫຼື່ອມ ສຸຣິຣັດ ເພື່ອເປັນອຸທະຍານອັນຢັ່ງຢາຍ ໄຮ້ລະບຽບຂອງຮູບປັ້ນກ່ວາ 200 ແບບ ທີ່ມີທັງຄົນ, ຜີ, ເທວະດາ, ພະສັດເດລະສານ ແລະ ອື່ນໆ. ໃນອະລິຍະບົດຕ່າງໆ ທັງໃນພິພົບແຫ່ງສະຫັວນ, ໂລກມະນຸດ ແລະ ນະລົກອະເວຈີ, ອັນປະສົມປະສານລະຫ່ວາງຄະຕິພຸດ ແລະ ຮີນດູ ເຊິ່ງບາງຢ່າງກໍ່ ແປກປະຫຼາດພິກົນພິການອະວິໄສ, ຊວນເກີດຄວາມຮູ້ສຶກ ພິດສະວົງສົງໄສ, ທັງຊື່ນຊົມ, ເບື່ອໜ່າຍ, ໜ້າສົມເພດເວທະນາປະປົນກັນ ຍາມເມື່ອໄດ້ຊົມ.

.ຢ້ຽມຢາມ ແຂວງຜົ້ງສາລີ  ຄລິກທີ່ນີ້


ບົດຄວາມສາລະຄະດີທ່ອງທ່ຽວ “ວັດຊຽງຄວນ ບູຮານສະຖານຂອງລາວ”

ໃນບັນຍາກາດທ້ອງຟ້າທີ່ແຈ່ມໃສຂອງມື້ໃໝ່ ໃນວັນພັກທ້າຍອາທິດ ລົມໜາວໃນຍາມເຊົ້າພັດມາຄ່ອຍໆເຮັດໃຫ້ຮູ້ສຶກເຖິງພາບບັນຍາກາດຕາມສະຖານທີ່ບາງແຫ່ງທີ່ເຄີຍໄປສຳຜັດ ຈິ່ງຊວດຮູ້ເມືອເຖິງຄຳເລົ່າລືຈາກເພື່ອນຫລາຍຄົນທີ່ຮຽນຮ່ວມຫ້ອງດຽວກັນກ່ຽວກັບ ສວນວັດທະນະທຳຊຽງຄວນ ທີ່ຕັ້ງຢູ່ເຂດບ້ານ ທ່າເດື່ອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເປັນແຫຼ່ງທ່ອງທ່ຽວທີ່ຮູ້ຈັກກັນແຜ່ຫຼາຍພໍສົມຄວນ ທັງໃກ້ ແລະ ໄກ, ມີນັກທ່ອງທ່ຽວເຂົ້າໄປທ່ຽວຊົມບໍ່ຂາດໄລຍະ.
ສວນວັດທະນະທຳຊຽງຄວນ ຫຼື ເອີ້ນໃນພາສາອັງກິດວ່າ Buddha park ຫ່າງຈາກຕົວເມືອງ ນັບຈາກຕະຫຼາດເຊົ້າ ຕາມຖະໜົນທ່າເດື່ອ ຈົນຮອດກິໂລແມັດທີ 25 ແຕ່ຖ້າເລີ່ມຈາກດົງໂດກ (ມະຫາວິທະຍາໄລແຫ່ງຊາດ) ກໍໄປຕາມຖະໜົນ 450 ປີ ປ່ອງໃສ່ເມືອງຫາດຊາຍຟອງ ໃຊ້ເວລາປະມານ 40 ນາທີເທົ່ານັ້ນ.
ການເດີນທາງຂອງພວກເຮົາໄດ້ເລີ່ມຕົ້ນຂຶ້ນແບບບໍ່ຕ້ອງຟ້າວຟັ່ງ ພ້ອມໆກັບການຊົມວິວທົ່ງນາຕາມສອງຂ້າງທາງ ລະຫວ່າງທາງກໍໄດ້ເຫັນປະຊາຊົນແຖບນັ້ນຊອກຢູ່ຫາກິນຕາມພາສາບ້ານນາຄື ກາງສະດຸ້ງ ຄວ່າງແຫ ຕຶກເບັດ ຕາມໜອງບຶງ ເຊິ່ງເປັນພາບທີ່ຫາເບິ່ງເຫັນໄດ້ຍາກໃນຂົງເຂດນະຄອນຫຼວງໄປແລ້ວ ເພາະວ່າ ທຳມະຊາດ, ສາຍນ້ຳ ເລີ່ມເຫືອດຫາຍໄປພ້ອມກັບການຂະຫຍາຍຕົວເມືອງ, ບໍ່ພໍຄາວພວກເຮົາກໍເຖິງເສັ້ນທາງໃນຕົວເມືອງຫາດຊາຍຟອງ ໃນສະພາບເສັ້ນທາງທີ່ກຳລັງຖືກບູລະນະ ແລະ ຈະເຫັນລົດໃຫຍ່ ລົດບັນທຸກທີ່ແກ່ຫີນ ແກ່ຊາຍ ຈາກແມ່ນ້ຳຂອງຂຶ້ນມາກອງໄວ້ຕາມແຄມທາງເກືອບເປັນພູນ້ອຍ.
ຫ່າງຈາກນີ້ ປະມານ 500 ແມັດ ພວກເຮົາກໍແນມເຫັນປາຍຍອດຂອງຕົ້ນໄມ້ມະນີໂຄດຈາກໄກໆ ບົ່ງບອກໃຫ້ພວກເຮົາຮູ້ວ່າໃກ້ຈະຮອດແລ້ວ. ເມື່ອພວກເຮົາຈອດລົດ ແລະ ໄດ້ປີ້ເຂົ້າຊົມຜູ້ລະ 3000 ກີບ. ມີຜູ້ຄົນຈຳນວນຫຼວງຫຼາຍເຂົ້າມາທ່ຽວຊົມໃນມື້ນີ້ ຈົນເກືອບແຍກບໍ່ອອກວ່າ ກຸ່ມໃດເປັນກຸ່ມໃດ ເພາະມີທັງຕ່າງປະເທດ ແລະ ຄົນລາວ ພ້ອມກັບຜູ້ນຳທ່ຽວທີ່ພວມອະທິບາຍທັງຊີ້ມືໄປນຳ ເພື່ອບອກເລົ່າປະຫວັດຄວາມເປັນມາ ແລະ ຄວາມໝາຍຂອງແຕ່ລະຢ່າງທີ່ມີໃນສວນມະຫັດສະຈັນແຫ່ງນີ້.
ສິ່ງທຳອິດທີ່ດຶງດູດສາຍຕາພວກເຮົາເຂົ້າໄປຖ່າຍຮູບ ແລະ ສືບຕໍ່ເຂົ້າຊົມທາງດ້ານໃນຂອງອຸບມຸງດ້ວຍຄວາມສົງໄສ ພ້ອມກັບການຂຶ້ນໄປຈອມສຸດຂອງໜ່ວຍມົນໆໜ່ວຍນີ້ ຈະໄດ້ເຫັນພາບລວມທັງໝົດຂອງສວນແຫ່ງນີ້. ຈຸດນີ້ ແມ່ນການຈຳລອງເຖິງໜ່ວຍໂລກຂອງມະນຸດເຮົາ ທີ່ມີຈອມເປັນຕົ້ນໄມ້ມະນີໂຄດສາມງ່າ, ດ້ານໃນໃຈກາງເປັນນະລົກ ທີ່ເຊື່ອກັນວ່າບຸກຄົນໃດທີ່ກະທຳຄວາມຊົ່ວ ເມື່ອຕາຍໄປ ກໍຈະໄດ້ຖືກຍົມມະບານລົງໂທດທັນໜັກເບົາຕາມກຳຂອງໃຜລາວ.
ເມື່ອພວກເຮົາທ່ຽວຊົມຈົນທົ່ວແລ້ວ ສິ່ງຖັດມາຈະແມ່ນພະພຸດທະຮູບອົງໃຫຍ່ ທີ່ຊົງປະລິບນິພານ ຫັນພະສຽນໄປທາງທິດຕາເວັນຕົກ ມີລວງຍາວປະມານ 50 ແມັດ ແລະ ສູງເຖິງ 12 ແມັດ. ພະພຸດທະຮູບອົງນີ້ໄດ້ເປັນເຄື່ອງໝາຍອັນສຳຄັນດ້ານພຸດທະສາສະໜາທີ່ໄດ້ເຂົ້າມາເຜີຍແຜ່ໃນປະເທດລາວເຮົາ ທີ່ຖືກຈາລຶກໄວ້ໃນສະຖານທີ່ແຫ່ງນີ້.
ນອກຈາກນັ້ນແມ່ນ ຮູບປັ້ນຂອງພະພົມ 4 ໜ້າ, ຍັກທົດສະກັນ, ພະລັກພະລາມ, ພະລາຫູ, ຊ້າງສາມສຽນ ແລະ ອື່ນໆ ທີ່ມີຄວາມໝາຍສະເພາະຂອງແຕ່ລະຢ່າງ ສະທ້ອນເຖິງສະພາບປະຫວັດສາດ, ວັນນະຄະກໍດີ, ລວມທັງທຸກໆຄວາມເຊື່ອຂອງປະຊາຊົນລາວໃນສະໄໝກ່ອນ ລວມທັງສະແດງເຖິງສີໄມ້ລາຍມືອັນລະອຽອ່ອນຂອງຊາວລາວທີ່ຈາລຶກໄວ້ຊົ່ວລູກຊົ່ວຫຼານໃນປັດຈຸບັນນີ້.
ພໍເມື່ອແສງຕາເວັນບ່ຽງບ່າຍໃກ້ປາຍໄມ້  ອັນເປັນສັນຍານນອກໂມງທີ່ບົ່ງບອກວ່າ ຮອດຍາມທີ່ພວກເຮົາຕ້ອງພາກັນເດີນທາງກັບສູ່ບ້ານເຮືອນຂອງໃຜລາວ, ເວລາບໍ່ພໍເທົ່າໃດນັ້ນ ເຮັດໃຫ້ຂ້ອຍຮູ້ສຶກຜູກພັນ ທັງເກີດມີຄວາມຄິດເພີດເພີນກັບສິ່ງແປກຕາເໝືອນກັບມີມົນຂັງໃດຫນຶ່ງຈັບຈອງໄວ້ ເຖິງແມ່ນຂ້ອຍຈຳເປັນຕ້ອງກັບອອກຈາກທີ່ນັ້ນ ແຕ່ຍັງມີຫລາຍສິ່ງຢ່າງປະຈັກຢູ່ໃນຫ້ວງຄິດຂອງຂ້ອຍຕະຫລອດເວລາ, ທັງສະທ້ອນຄວາມວິຈິດສິນອັນປານີດແລະລະອຽດອ່ອນ ຫລົງເຫລືອໄວ້ໃຫ້ຄົນຮຸ່ນໃຫມ່ໄດ້ທ່ຽວຊົມ ມື້ຫນ້າຖ້າມີໂອກາດຫວັງວ່າພວກເຮົາຄົງໄດ້ພົບກັນອີກ.
ຢ້ຽມຢາມ ແຂວງຜົ້ງສາລີ  ຄລິກທີ່ນີ້

0 Comment :

Post a Comment